ກຸ່ມບໍລິສັດ ໂຊກໄຊ ໄດ້ມອບເງິນອຸປະຖໍາ ກອງປະຊຸມລັດຖະມົນຕີ ເສດຖະກິດອາຊຽນ ແລະ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ບັນດາແຂວງພາກເໜືອ

ຂ່າວສານ ແລະ ກິດຈະກຳ

 

ລາຍລະອຽດ

ກຸ່ມບໍລິສັດ ໂຊກໄຊ ໄດ້ມອບເງິນອຸປະຖໍາ ກອງປະຊຸມລັດຖະມົນຕີ ເສດຖະກິດອາຊຽນ ແລະ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ບັນດາແຂວງພາກເໜືອ

ໃນຕອນເຊົ້າຂອງວັນທີ 16 ກັນຍາ 2024 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ. _____________________________________ ກຸ່ມບໍລິສັດ ໂຊກໄຊ ໄດ້ມອບເງິນອຸປະຖໍາ ກອງປະຊຸມລັດຖະມົນຕີ ເສດຖະກິດອາຊຽນ ແລະ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ບັນດາແຂວງພາກເໜືອ. ຕາງໜ້າກະຊວງ ຮັບໂດຍ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ຫົວໜ້າ ຫ້ອງການ  ກະຊວງ ແລະ ຕາງໜ້າ ກຸ່ມບໍລິສັດ ໂຊກໄຊ  ມອບໂດຍ ທ່ານ ປອ ພັນປະກິດ ອ່ອນພັນດາລາ ຮອງປະທານກຸ່ມ. ໂດຍມີຕາງໜ້າອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມເປັນສັກຂີພະຍານ. #SokxayGroup #ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ #ໂຊກໄຊຊ່ວຍເຫລືອໄພພິບັດນ້ຳຖ້ວມພາກເໜືອ #ໂຊກໄຊກຣຸບຊ່ວຍເຫລືອໄພພິບັດນ້ຳຖ້ວມ #SaveLaos