ພິທີເຊັນສັນຍາ ຊື້-ຂາຍ ກາເຟດາວ ໄປປະເທດຍີ່ປຸ່ນ ລະຫວ່າງ ບໍລິສັດ ໂຊກໄຊ ຈະເລີນການຄ້າ ຈຳກັດ, ບໍລິສັດ ກາເຟດາວ ຈຳກັດ ແລະ ບໍລິສັດ ອາຊຶເອະ ຈຳກັດ

ຂ່າວສານ ແລະ ກິດຈະກຳ

 

ລາຍລະອຽດ

ພິທີເຊັນສັນຍາ ຊື້-ຂາຍ ກາເຟດາວ ໄປປະເທດຍີ່ປຸ່ນ ລະຫວ່າງ ບໍລິສັດ ໂຊກໄຊ ຈະເລີນການຄ້າ ຈຳກັດ, ບໍລິສັດ ກາເຟດາວ ຈຳກັດ ແລະ ບໍລິສັດ ອາຊຶເອະ ຈຳກັດ

ໃນວັນທີ 19 ຕຸລາ 2023 ໄດ້ມີພິທີເຊັນສັນຍາ ຊື້-ຂາຍ ກາເຟດາວ ໄປປະເທດຍີ່ປຸ່ນ ລະຫວ່າງ ບໍລິສັດ ໂຊກໄຊ ຈະເລີນການຄ້າ ຈຳກັດ, ບໍລິສັດ ກາເຟດາວ ຈຳກັດ ແລະ ບໍລິສັດ ອາຊຶເອະ ຈຳກັດ ຂຶ້ນທີ່ໂຮງແຮມແລນມາກ ແມ່ຂອງ ຣີເວີໄຊ ໂດຍມີທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ໂສມ ບູດຕະກູນ, ຮອງເຈົ້າແຂວງໆຈໍາປາສັກ, ທ່ານ ໂຄບະຢະຊິ ເຄັນອິຈິ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ພ້ອມດ້ວຍ ຕາງໜ້າຈາກກະຊວງການເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ໂຊກໄຊ ສົມໃຈນຶກ ປະທານກຸ່ມບໍລິສັດ ໂຊກໄຊ ໄດ້ໃຫ້ຮູ້ວ່າ: ການເຊັນສັນຍາຮ່ວມມືກັນໃນຄັ້ງນີ້ ເປັນການຮ່ວມມືແບບຕ່ອງໂສ້ງ ຕໍ່ເນື່ອງກັນ ໂດຍການເຊື່ອມໂຍງກັບຊາວກະສິກອນຜູ້ປູກກາເຟ ທີ່ມີຄຸນນະພາບ ເນື່ອງຈາກປະເທດລາວເຮົາມີຄວາມອຸດົມສົມບູນທາງທຳມະຊາດ ເປັນດິນຈາກພູເຂົາໄຟ ແລະ ມີອາກາດທີ່ເໝາະສົມທີ່ສຸດໃນການປູກກາເຟ, ແລະ ແມ່ນບໍລິສັດ ກາເຟດາວ ເປັນຜູ້ຜະລິດ, ປຸງແຕ່ງກາເຟທີ່ມີຄຸນນະພາບສູງ ແລະ ເປັນແບຣນຜະລິດຕະພັນຂອງຄົນລາວທີ່ໃຫ້ການຍອມຮັບທັງພາຍໃນ ແລະ ຕ່າງປະເທດ, ບໍລິສັດ ໂຊກໄຊ ຈະເລີນການຄ້າ ເປັນບໍລິສັດທີ່ມີປະສົບການທາງດ້ານການຄ້າ ແລະ ການລົງທຶນມາເປັນເວລາ ເກືອບ 20 ປີ ພາກພູມໃຈ ທີ່ຈະເປັນຂົວຕໍ່ໄປຫາ ບໍລິສັດ ອາຊຶເອະ ທີ່ເປັນບໍລິສັດຂະໜາດໃຫຍ່ ແລະ ມີຊື່ສຽງໃນປະເທດຍີ່ປຸ່ນ ມາເປັນຕົວແທນຈໍາ   ໜ່າຍກາເຟດາວຂອງລາວ ສູ່ຜູ້ບໍລິໂພກຊາວຍີ່ປຸ່ນ. ການຮ່ວມມືໃນຄັ້ງນີ້ແມ່ນການເຊື່ອມໂຍງລະຫວ່າງ ຊາວກະສິກອນລາວ - ຜູ້ຜະລິດປຸງແຕ່ງ - ຜູ້ສົ່ງເສີມການຄ້າ - ຜູ້ສົ່ງເສີມການຕະຫຼາດ ແລະ ຜູ້ບໍລິໂພກຊາວຍີ່ປຸ່ນ ເພື່ອສ້າງມູນຄ່າເພີ່ມໃຫ້ຜະລິດຕະພັນກາເຟລາວ ເຊິ່ງເປັນພຽງຈຸດເລີ່ມຕົ້ນເທົ່ານັ້ນ ຊຶ່ງເລີ່ມຈາກການສັ່ງຊື້-ການສະໜອງຈັດຈໍາໜ່າຍໄປແຕ່ໜ້ອຍຫາຫຼາຍ ແລະ ຈະສືບຕໍ່ເພີ່ມປະລິມານຂຶ້ນໄປ ເລື້ອຍໆ. ຄັ້ງນີ້ ກາເຟດາວ ແມ່ນສິນຄ້າຫຼັກທີ່ພວກເຮົາໃຫ້ຄວາມສົນໃຈ ແລະ ຕົກລົງຮ່ວມມືກັນ, ໃນຕໍ່ໜ້າຫວັງຢ່າງຍິ່ງວ່າ ກຸ່ມບໍລິສັດໂຊກໄຊ ແລະ ກຸ່ມບໍລິສັດອາຊຶເອະ ຈະສືບຕໍ່ຮ່ວມມືກັນໃນໂຄງການອື່ນໆ ທີ່ມີຄວາມຫຼາກຫຼາຍຂຶ້ນ ແລະ ຍິ່ງໃຫຍ່ກວ່າເກົ່າ ກ້າວໄປເຖີງເປັນຄູ່ຮ່ວມດ້ານການຄ້າ ແລະ ລົງທຶນໃນຂັ້ນຕໍ່ໄປ  ກາຍເປັນຄູ່ຮ່ວມຍຸດທະສາດທາງດ້ານທຸລະກິດທີ່ສໍາຄັນຂອງສາຍພົວພັນຮ່ວມມືລະຫວ່າງ ສອງຊາດ ລາວ-ຍີ່ປຸ່ນ. ໃນການລົງນາມເຊັນສັນຍາໃນຄັ້ງນີ້ ຝ່າຍບໍລິສັດ ໂຊກໄຊ ຈະເລີນການຄ້າ ຈຳກັດ ລົງນາມໂດຍ ທ່ານ ໂຊກໄຊ ສົມໃຈນຶກ ປະທານກຸ່ມບໍລິສັດ ໂຊກໄຊ, ຝ່າຍບໍລິສັດ ກາເຟດາວ ຈຳກັດ ຕາງໜ້າເຂົ້າຮ່ວມໂດຍ ທ່ານ ປະສົມເພັດ ຄຳຕັນ ຮັກສາການຫົວໜ້າກົມປະຕິຮູບລັດວິສາຫະກິດ ແລະ ປະກັນໄພ, ຝ່າຍບໍລິສັດອາຊຶເອະ ຈຳກັດ ລົງນາມໂດຍ ທ່ານ ອາໂມ ໂຊຈິ, ປະທານ ບໍລິສັດອາຊຶເອະ ໂດຍມີ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ຮອງເຈົ້າແຂວງໆຈໍາປາສັກ ແລະ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ຕາງໜ້າກະຊວງການເງິນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຮ່ວມເປັນສັກຂີພະຍານນຳ.