ພິທີເຊັນສັນຍາ ແຕ່ງຕັ້ງຕົວແທນຈໍາໜ່າຍຜະລິດຕະພັນ ກາເຟດາວ ຢ່າງເປັນທາງການ ລະຫວ່າງ ບໍລິສັດ ກາເຟດາວ ຈໍາກັດ ແລະ ບໍລິສັດ ໂຊກໄຊ ຈະເລີນການຄ້າ ຈໍາກັດຜູ້ດຽວ

ຂ່າວສານ ແລະ ກິດຈະກຳ

 

ລາຍລະອຽດ

ພິທີເຊັນສັນຍາ ແຕ່ງຕັ້ງຕົວແທນຈໍາໜ່າຍຜະລິດຕະພັນ ກາເຟດາວ ຢ່າງເປັນທາງການ ລະຫວ່າງ ບໍລິສັດ ກາເຟດາວ ຈໍາກັດ ແລະ ບໍລິສັດ ໂຊກໄຊ ຈະເລີນການຄ້າ ຈໍາກັດຜູ້ດຽວ

ໃນວັນທີ 05 ພຶດສະພາ 2023 ໄດ້ມີການຈັດ ພິທີເຊັນສັນຍາ ແຕ່ງຕັ້ງຕົວແທນຈໍາໜ່າຍຜະລິດຕະພັນ ກາເຟດາວ ຢ່າງເປັນທາງການ ລະຫວ່າງ ບໍລິສັດ ກາເຟດາວ ຈໍາກັດ  ແລະ ບໍລິສັດ ໂຊກໄຊ ຈະເລີນການຄ້າ ຈໍາກັດຜູ້ດຽວ ທີ່ໂຮງແຮມລາວພລາຊາ ໂດຍການລົງນາມເຊັນສັນຍາຂອງ ທ່ານ ວັນນະດາ ພົມມະສະຖິດ ຜູ້ອໍານວຍການໃຫຍ່ ບໍລິສັດ ກາເຟດາວ ຈໍາກັດ ແລະ ທ່ານ ໂຊກໄຊ ສົມໃຈນຶກ ປະທານ ໂຊກໄຊຈະເລີນການຄ້າ ຈໍາກັດຜູ້ດຽວ  ເຊິ່ງມີບັນດາທ່ານລັດຖະມົນຕີ, ທ່ານເຈົ້າແຂວງໆຈໍາປາສັກ, ທ່ານຮອງລັດຖະມົນຕີ, ທ່ານຫົວໜ້າກົມ-ຮອງກົມຈາກກະຊວງກ່ຽວຂ້ອງ, ຕາງໜ້າຈາກບັນດາຂະແໜງການຂອງແຂວງຈໍາປາສັກ, ຕາງໜ້າຄະນະຜູ້ບໍລິຫານລະດັບສູງຂອງທັງສອງຝ່າຍເຂົ້າຮ່ວມ. ບໍລິສັດ ກາເຟດາວ ຈໍາກັດ ເປັນຜູ້ຜະລິດກາເຟລາວທີ່ມີຄຸນນະພາບສູງ ດ້ວຍເຄື່ອງຈັກທີ່ທັນສະໄໝ ໄດ້ມາດຕະຖານສາກົນ ແລະ ມີຊື່ສຽງໂດ່ງດັງທັງພາຍໃນ ແລະ ຕ່າງປະເທດ. ເລັ່ງເຫັນໄດ້ເຖິງຄວາມສໍາຄັນຂອງການປູກກາເຟ ໂດຍສະເພາະຊາວກະສິກອນຢູ່ເຂດພູພຽງບໍລິເວນ ໃນການສ້າງວຽກເຮັດງານທໍາ, ສ້າງລາຍໄດ້ ກໍຄືການຫັນເປັນອຸດສາຫະກໍາປຸງແຕ່ງກະສິກໍາ, ການສ້າງຜະລິດຕະພັນ ແບຣນລະດັບຊາດຂອງປະເທດລາວ, ດັ່ງນັ້ນ ລັດຖະບານຈຶ່ງໄດ້ຕັດສິນໃຈເຂົ້າຖືຮຸ້ນ ແລະ ພວມສຸມໃສ່ປັບປຸງລັດວິສາຫະກິດດັ່ງກ່າວ ໂດຍເປີດກວ້າງການຮ່ວມມືກັບພາກທຸລະກິດເອກະຊົນພາຍໃນ ຕາມທິດສ້າງຄວາມເຂັ້ມແຂງ ແລະ ຍືນຍົງ ເພື່ອສ້າງລັດວິສາຫະກິດຕົວແບບໃນການສ້າງຖານລາຍຮັບເຂົ້າງົບປະມານ ແລະ ສົ່ງເສີມການສົ່ງອອກ ເພື່ອຍາດແຍ່ງເງິນຕາຕ່າງປະເທດ. ໃນນັ້ນ, ບໍລິສັດ ໂຊກໄຊ ຈະເລີນການຄ້າ ຈໍາກັດຜູ້ດຽວ ເປັນໜຶ່ງໃນບໍລິສັດລາວ ທີ່ມີປະສົບການສູງໃນການເປັນຕົວແທນຈໍາໜ່າຍ ຫຼາກຫຼາຍສິນຄ້າແບຣນເນມຊື່ດັງລະດັບໂລກ ທີ່ເປັນທີ່ຮູ້ຈັກກັນດີທັງພາຍໃນ ແລະ ຕ່າງປະເທດ, ທັງມີລະບົບສາງ, ການຂົນສົ່ງ ແລະ ຕາໜ່າງຈັດຈໍາໜ່າຍຫຼາຍກວ່າ 3,000 ຮ້ານຄ້າ, ມີຈຸດຮັບ-ຝາກເຄື່ອງ (Drop Point) ບໍລິການຈັດສົ່ງດ່ວນຫຼາຍກວ່າ 300 ສາຂາ ໃນຂອບເຂດທົ່ວປະເທດ, ພ້ອມທັງມີເຄືອຂ່າຍການພົວພັນຮ່ວມມືທີ່ກວ້າງຂວາງຢູ່ພາຍໃນ ແລະ ຕ່າງປະເທດ, ໄດ້ຈັບມືກັບ ບໍລິສັດ ກາເຟດາວ ຈໍາກັດ ເພື່ອເປັນຄູ່ຮ່ວມຍຸດທະສາດທາງທຸລະກິດ ແນໃສ່ເສີມສ້າງຄຸນຄ່າຂອງຜະລິດຕະພັນ “ແບຣນກາເຟລາວ”  ໃຫ້ສູງຂຶ້ນ ສາມາດແຂ່ງຂັນດ້ານການຕະຫຼາດກັບຜະລິດຕະພັນອື່ນໆທັງຢູ່ພາຍໃນ ແລະ ຕ່າງປະເທດ. ພິທີເຊັນສັນຍາ ແຕ່ງຕັ້ງຕົວແທນຈໍາໜ່າຍຜະລິດຕະພັນ ກາເຟດາວ ຢ່າງເປັນທາງການ ລະຫວ່າງ ບໍລິສັດ ກາເຟດາວ ຈໍາກັດ  ແລະ ບໍລິສັດ ໂຊກໄຊ ຈະເລີນການຄ້າ ຈໍາກັດຜູ້ດຽວ ແມ່ນໄດ້ຜ່ານຂະບວນການປຶກສາຫາລື ແລະ ສຶກສາຄວາມເປັນໄປໄດ້ຕົວຈິງ, ບົນພື້ນຖານຄວາມເຫັນດີເປັນເອກະພາບຂອງສອງຝ່າຍ ໃນການຍົກສູງຄຸນນະພາບການຜະລິດ ລວມທັງການໃຫ້ບໍລິການໃນຮູບແບບ OEM ແລະ ສ້າງຕົວແທນຈໍາໜ່າຍທີ່ໄດ້ມາດຕະຖານ ເພື່ອຂະຫຍາຍການຜະລິດ ແລະ ຈັດຈໍາໜ່າຍຜະລິດຕະພັນກາເຟລາວ ຢູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ. ການຮ່ວມມືທາງຍຸດທະສາດຂອງສອງຝ່າຍໃນຄັ້ງນີ້ຈະປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງປະເທດລາວ ເວົ້າລວມ, ເວົ້າສະເພາະກໍແມ່ນບັນດາແຂວງພາກໃຕ້ ຜ່ານການສ້າງມູນຄ່າເພີ່ມ ແລະ ຍົກລະດັບອຸດສາຫະກຳກາເຟລາວໃຫ້ໄດ້ຕາມມາດຕະຖານສາກົນ ດ້ວຍນະວັດຕະກຳ, ການບໍລິການ ແລະ ຜະລິດຕະພັນໃນຮູບແບບຕ່າງໆ ແນໃສ່ການປະກອບສ່ວນຢ່າງຕັ້ງໜ້າໃນວຽກງານສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ ແລະ ການເງິນຂອງຊາດ. ໃນໂອກາດນີ້, ບັນດາການນໍາລັດຖະບານທັງສູນກາງ ແລະ ທ້ອງຖິ່ນ, ກໍຄື ຄະນະຜູ້ບໍລິຫານທັງສອງຝ່າຍ ກໍຍັງໄດ້ຮຽກຮ້ອງໃຫ້ປະຊາຊົນລາວໃນຂອບເຂດທົ່ວປະເທດ ກໍຄືຄົນເຊື້ອຊາດລາວທີ່ຢູ່ຕ່າງປະເທດໃຫ້ຫັນມາຊົມໃຊ້ຜະລິດຕະພັນລາວ ໂດຍສະເພາະກາເຟຂອງລາວ ເຊິ່ງປັດຈຸບັນກໍມີຄຸນນະພາບບໍ່ໄດ້ໜ້ອຍໜ້າຜະລິດຕະພັນຊາດອື່ນໃດ.