ກຸ່ມບໍລິສັດ ໂຊກໄຊ ມອບເງິນຈຳນວນ 100,000,000 ກີບ

ຂ່າວສານ ແລະ ກິດຈະກຳ

 

ລາຍລະອຽດ

ກຸ່ມບໍລິສັດ ໂຊກໄຊ ມອບເງິນຈຳນວນ 100,000,000 ກີບ

ກຸ່ມບໍລິສັດ ໂຊກໄຊ ມອບເງິນຈຳນວນ 100,000,000 ກີບ ເພື່ອປະກອບສ່ວນຊ່ວຍເຫລືອນັກກິລາແຂວງເຊກອງເຂົ້າຮ່ວມແຂ່ງຂັນກິລາໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຫຼື “ ຊຽງຂວາງເກມ “ ທີ່ແຂວງຊຽງຂວາງຮັບກຽດເປັນເຈົ້າພາບ ທີ່ໄດ້ຈັດຂຶ້ນ ລະຫວ່າງວັນທີ 13-22 ທັນວາ 2022 ຜ່ານມາ, ງານບຸນຊ່ວງເຮືອປະເພນີແຂວງເຊກອງ ແລະງານຕະຫລາດນັດແຮງງານແຂວງເຊກອງ. ພິທີມອບ-ຮັບຈັດ ຂຶ້ນໃນວັນທີ 13 ມີນາ 2023 ທີ່ຫ້ອງວ່າການແຂວງ ໂດຍການກ່າວມອບຂອງທ່ານ ໂຊກໄຊ ສົມໃຈນຶກ ປະທານ ກຸ່ມບໍລິສັດ ໂຊກໄຊ  ແລະ ກ່າວຮັບໂດຍ ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ພ້ອ​ມ​ນີ້ ທ່ານ​ເຈົ້າ​ແຂວງ​ ກໍ​ໄດ້​ກ່າວ​ຂອບ​ໃຈ ມາ​ຍັງກຸ່ມ​ບໍ​ສັດ​ໂຊກ​ໄຊ ທີ່​ໄດ້​ປະ​ກອບ​ສາວນ​ຊ່ວຍ​ເຫຼືອ​ງານ​ດັ່ງ​ກ່າວ ພ້ອມ​ທ​ັງມອບ​ໃບ​ກຽດ​ຕິ​ຄູນ​ໃຫ້​ແກ່​ກຸ່ມ​ບໍ​ສັດ​ໂຊກ​ໄຊຕື່ມ​ອີກ.