ໜ້າຫຼັກ
ບໍລິສັດ
ກ່ຽວກັບບໍລິສັດ
ຄວາມເປັນມາ
ຄະນະບໍລິຫານງານ
ລາງວັນ ແລະ ຄວາມສຳເລັດ
ຮູບພາບບໍລິສັດ
ທຸລະກິດຂອງພວກເຮົາ
ໂຄງການ
ຂ່າວສານ ແລະ ກິດຈະກຳ
ຕິດຕໍ່ພວກເຮົາ
ພາສາລາວ
English
ເຊັນສັນຍາຊື້ຂາຍຮຸ້ນໂຮງສີເຂົ້າ 13 Mar 2024
ຂ່າວສານ ແລະ ກິດຈະກຳ
ລາຍລະອຽດ
ເຊັນສັນຍາຊື້ຂາຍຮຸ້ນໂຮງສີເຂົ້າ 13 Mar 2024
ກຸ່ມບໍລິສັດໂຊກໄຊ ບຸກທຸລະກິດກະສິກໍາ . -------------------------------------------- ໃນວັນທີ 13 ມີນາ 2024 ໄດ້ມີພິທີເຊັນສັນຍາຊື້-ຂາຍກິດຈະການໂຮງສີເຂົ້າຄົບວົງຈອນ ລະຫວ່າງ ກຸ່ມບໍລິສັດໂຊກໄຊ ຈໍາກັດຜູ້ດຽວ ແລະ ບໍລິສັດ ຍອດອ້ອຍ ໂຮງສີເຂົ້າທັນສະໄໝ ຈໍາກັດຜູ້ດຽວ ໂດຍການລົງນາມຂອງທ່ານ ພັນປະກິດ ອ່ອນພັນດາລາ ຮອງປະທານກຸ່ມບໍລິສັດ ໂຊກໄຊ ຜູ້ຊີ້ນໍາຂົງເຂດທຸລະກິດການຄ້າ ແລະ ການລົງທຶນໃໝ່ ແລະ ທ່ານ ນາງ ເພັດອຸໄທ ບູນຍະແສງ ຜູ້ອໍານວຍການ ບໍລິສັດຍອດອ້ອຍ ໂຮງສີເຂົ້າທັນສະໄໝ. ພາຍຫຼັງສະພາບການແຜ່ລະບາດ ໂຄວິດ 19, ກຸ່ມບໍລິສັດ ໂຊກໄຊໄດ້ຫັນມາສົນໃຈຄົ້ນຄວ້າ-ລົງທຶນໃສ່ທຸລະກິດກະສິກຳໂດຍສະເພາະພຶດເສດຖະກິດ ເປັນຕົ້ນ ເຂົ້າ, ກາເຟ ແລະ ຊາ, ຊຶ່ງໄດ້ເລີ່ມສຳຫຼວດສຶກສາການລົງທຶນທຸລະກິດດ້ານກະສິກໍານັບແຕ່ປີ 2022 ເປັນຕົ້ນມາ. ໃນປີ 2024 ກຸ່ມບໍລິສັດ ໂຊກໄຊ ຍັງມີແຜນສຶບຕໍ່ຂະຫຍາຍທຸລະກິດໃນຫຼາຍຂະແໜງການເສດຖະກິດ ໂດຍສຸມໃສ່ຂະແໜງກະສິກຳ ເພື່ອປະກອບສ່ວນໃນການຄໍ້າປະກັນສະບຽງອາຫານພາຍໃນປະເທດ, ໂດຍສະເພາະການສົ່ງເສີມຊາວກະສິກອນທີ່ປູກເຂົ້າ ເພື່ອບໍລິໂພກພາຍໃນ ແລະ ສົ່ງອອກຕ່າງປະເທດ. ສະນັ້ນ, ຈຶ່ງໄດ້ລົງທຶນໃນກິດຈະການໂຮງສີເຂົ້າທັນສະໄໝ ຢູ່ເມືອງສອງຄອນ, ແຂວງສະຫວັນນນະເຂດ. ແຜນທຸລະກິດໃນເບື້ອງຕົ້ນ ບໍລິສັດ ພວກເຮົາຈະເລັ່ງເກັບຊື້ເຂົ້າ ເປືອກ ແລະ ຜະລິດເຂົ້າສານ ໃຫ້ໄດ້ 2 ພັນໂຕນ/ເດືອນ, ລວມ ປະມານ 20 ພັນໂຕນ ໃນປີ 2024 ແລະ ໃນປີ 2025 ຄາດຄະເນຈະເພີ່ມກຳລັງການຜະລິດເປັນ 3 ພັນໂຕນ/ເດືອນຫຼື ຫຼາຍກວ່າ 36 ພັນໂຕນ/ປີ ແລະ ຈະສືບຕໍ່ເພີ່ມກຳລັງການຜະລິດໄປເລື້ອຍໆ ເພື່ອຕອບສະໜອງຕະຫຼາດພາຍໃນ ແລະ ສົ່ງອອກຕ່າງປະເທດໂດຍສະເພາະ ສສ.ຫວຽດນາມ ແລະ ສປ.ຈີນ.