ກູ່ມບໍລິສັດ ໂຊກໄຊ ມອບເງິນຈໍານວນ 100,000,000 ກີບ ປະກອບສ່ວນງານກິລາເປຕັງຊີງຂັນພະນະທ່ານນາຍົກລັດຖະມົນຕີ

ຂ່າວສານ ແລະ ກິດຈະກຳ

 

ລາຍລະອຽດ

ກູ່ມບໍລິສັດ ໂຊກໄຊ ມອບເງິນຈໍານວນ 100,000,000 ກີບ ປະກອບສ່ວນງານກິລາເປຕັງຊີງຂັນພະນະທ່ານນາຍົກລັດຖະມົນຕີ

ກູ່ມບໍລິສັດ ໂຊກໄຊ ມອບເງິນຈໍານວນ 100,000,000 ກີບ ປະກອບສ່ວນງານກິລາເປຕັງຊີງຂັນພະນະທ່ານນາຍົກລັດຖະມົນຕີ, ວັນທີ 07 ກຸມພາ 2023 ທ່ານ ໂຊກໄຊ ສົມໃຈນຶກ ປະທານບໍລິສັດໂຊກໄຊ ໄດ້ມອບເງິນສົດ ຈຳນວນ 100,000,000 ກີບ ໃຫ້ແກ່ແຂວງຄຳມ່ວນ, ເຊິ່ງຮັບໂດຍທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ເພື່ອປະກອບສ່ວນເຂົ້າໃນການຈັດງານແຂ່ງຂັນກິລາເປຕັງ ທົ່ວປະເທດ ຊີງຂັນພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄັ້ງທີ XII ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 15-18 ກຸມພາ 2023 ທີ່ແຂວງຄໍາມ່ວນເປັນເຈົ້າພາບ ພາຍໃນງານດັ່ງກ່າວຈະມີການແຂ່ງຂັນທັງໝົດຈຳນວນ 9 ລາຍການຄື: ປະເພດ ດ່ຽວຍິງ, ດ່ຽວຊາຍ, ຄູ່ຍິງ, ຄູ່ຊາຍ, ຄູ່ປະສົມ (ຍິງ+ຊາຍ), ທີມຊຸດ ຍິງ, ທີມຊຸດ ຊາຍ, ທີມປະສົມ (2 ຊາຍ 1 ຍິງ) ແລະ ທີມຄູ່ VIP ຮຸ່ນອາຍຸ 50 ປີຂຶ້ນໄປ. ສ່ວນລາງວັນຊະນະເລີດຈະໄດ້ຮັບ ຫຼຽນຄຳ, ໃບຢັ້ງຢືນ ພ້ອມເງິນສົດ 3,000,000 ຫາ 5,000,000 ກີບ, ຮອງຊະນະເລີດ ຮັບຫຼຽນເງິນ, ໃບຢັ້ງຢືນ ພ້ອມເງິນສົດ 1,500,000 ຫາ 3,000,000 ກີບ ແລະ ລາງວັນທີ 3 ຮ່ວມ ໄດ້ຮັບຫຼຽນທອງແດງ, ໃບຢັ້ງຢືນ ພ້ອມເງິນສົດ 800,000 ຫາ 1,600,000 ກີບ. #Medialaos #ມີເດຍລາວ #Khammouane News #ແຂວງຄຳມ່ວນ #ກິລາເປຕັງ