ລາຍລະອຽດ
ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສໍາຫຼວດຄວາມເປັນໄປໄດ້ ໃນການສ້າງສູນການຄ້າທີ່ທັນສະໄໝ ຢູ່ນະຄອນປາກເຊ

ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສໍາຫຼວດຄວາມເປັນໄປໄດ້ ໃນການສ້າງສູນການຄ້າທີ່ທັນສະໄໝ ຢູ່ນະຄອນປາກເຊ
-------========-------
ວັນທີ 14 ມີນາ 2023, ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (ເອັມໂອຢູ) ຫຼື Memorandum 0f Understanding (MOU) ເພື່ອສຶກສາສໍາຫຼວດຄວາມເປັນໄປໄດ້ ໃນການລົງທຶນພັດທະນາກໍ່ສ້າງສູນການຄ້າທີ່ທັນສະໄໝ ແລະ ສິ່ງອໍານວຍຄວາມສະດວກ (ສາງ ແລະ ຂົນສົ່ງໂດຍຮັບໃຊ້ສະເພາະສະມາຊິກກຸ່ມລູກຄ້າ) ໃນເນື້ອທີ່ 55 ເຮັກຕາ ຢູ່ເຂດບ້ານຫ້ວຍບູນ ແລະ ບ້ານສະພານໄຊ ນະຄອນປາກເຊ ແຂວງຈໍາປາສັກ ລະຫວ່າງ ອົງການປົກຄອງແຂວງ ຕາງໜ້າໂດຍພະແນກແຜນການ ແລະ ການລົງທຶນແຂວງ ກັບບໍລິສັດ ໂຊກໄຊ ຈະເລີນການຄ້າ ຈໍາກັດຜູ້ດຽວ. ຝ່າຍພະແນກແຜນການ ແລະ ການລົງທຶນແຂວງ ໃຫ້ກຽດລົງນາມໂດຍ ທ່ານ ປອ.ສຸກສະຫວັນ ວິໄລວົງ ຄະນະປະຈຳພັກແຂວງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ. ຝ່າຍກຸ່ມບໍລິສັດ ໂຊກໄຊ ຈະເລີນການຄ້າ ຈໍາກັດຜູ້ດຽວ ໃຫ້ກຽດລົງນາມໂດຍ ທ່ານ ໂຊກໄຊ ສົມໃຈນຶກ ປະທານກຸ່ມບໍລິສັດ ໂຊກໄຊ ຈະເລີນການຄ້າ ຈໍາກັດຜູ້ດຽວ, ໂດຍໃຫ້ກຽດເຂົ້າຮ່ວມເຊັນເປັນສັກຂີພະຍານ ຂອງທ່ານ ປອ. ບຸນຍະເດດ ທອງສະຫວັນ ກໍາມະການພັກແຂວງ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ທ່ານ ເກດສະໜາ ຄໍາມິ່ງສະຫວັດ ຮອງເຈົ້ານະຄອນປາກເຊ, ທ່ານ ພັນປະກິດ ອ່ອນພັນດາລາ ຮອງປະທານກຸ່ມບໍລິສັດ ໂຊກໄຊ ຈໍາກັດຜູ້ດຽວ.
ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານ ຂອງ ທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ທ່ານ ສົມບູນ ເຮືອງວົງສາ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງຈໍາປາສັກ ພ້ອມດ້ວຍການນໍາຫ້ອງວ່າການແຂວງ, ການນໍາຈາກພະແນກການທີ່ກ່ຽວຂ້ອງຂອງແຂວງ ແລະ ພະນັກງານວິຊານການ ທັງສອງຝ່າຍເຂົ້າຮວ່ມເປັນສັກຂີພະຍານ.
ການເຊັນບົດບັນທຶກຄວາມເຂົ້າໃຈ ຄັ້ງນີ້ ແມ່ນປະຕິບັດຕາມຂໍ້ຕົກລົງຂອງເຈົ້າແຂວງຈໍາປາສັກ ເລກທີ284/ຈຂ.ຈສ, ລົງວັນທີ 7 ມີນາ 2023 ວ່າດ້ວຍການມອບສິດໃຫ້ເຊັນບົດບັນທຶກດັ່ງກ່າວ ເຊິ່ງຜູ້ສຶກສາສໍາຫຼວດ ຈະໄດ້ເຄື່ອນໄຫວນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.
* ຂ່າວ: ທູນທອງໃຈ *
* ພາບ: ພະແນກແຜນການ ແລະ ການລົງທຶນແຂວງ *