ລາຍລະອຽດ
ສໍາປະທານດິນລັດ ຢູ່ 3 ດ່ານສາກົນແຂວງໄຊຍະບູລີເພື່ອພັດທະນາຈຸດພັກສິນຄ້າຄ່ຽນຖ່າຍຕູ້ຄອນເທນເນີ ແລະ ລະບົບສາງຄົບວົງຈອນ.

ສໍາປະທານດິນລັດ ຢູ່ 3 ດ່ານສາກົນແຂວງໄຊຍະບູລີເພື່ອພັດທະນາຈຸດພັກສິນຄ້າຄ່ຽນຖ່າຍຕູ້ຄອນເທນເນີ ແລະ ລະບົບສາງຄົບວົງຈອນ.
………………………………
ພິທີເຊັນສັນຍາ ສໍາປະທານດິນລັດໂຄງການພັດທະນາກໍ່ສ້າງໃຫ້ບໍລິການລະບົບສ້າງຄົບວົງຈອນ ຈຸດພັກສິນຄ້າຄ່ຽງຖ່າຍຕູ້ຄອນເທນເນີຂາເຂົ້າ-ຂາອອກ (ICD) ຢູ່ 3 ດ່ານ ສາກົນຂອງແຂວງໄຊຍະບູລີ ຄື: ດ້ານສາກົນນໍ້າເຫືອງເມືອງແກ່ນທ້າວ, ດ້ານສາກົນນໍ້າເງິນເມືອງເງິນ ແລະ ດ່ານສາກົນປາງມອນເມືອງຄອບ ໄດ້ຈັດຂຶ້ນໃນທ້າຍເດືອນ ມິຖຸນາ ນີ້ ຢູ່ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນ ແຂວງໄຊຍະບູລີ.
ໂຄງການພັດທະນາກໍ່ສ້າງ ແລະ ໃຫ້ບໍລິການລະບົບສາງຄົບວົງຈອນ ຈຸດພັກສິນຄ້າ ແລະ ຄ່ຽງຖ່າຍຕູ້ຄອນເທນເນີ ຂາອອກ-ຂາເຂົ້າ (ICD) ຢູ່ 3 ດ່ານສາກົນຂອງແຂວງໄຊຍະບູລີ ໂດຍແມ່ນບໍລິສັດໂຊກໄຊຈະເລີນຂົນສົ່ງຈໍາກັດຜູ້ດຽວເປັນຜູ້ສໍາປະທານພັດທະນາກໍ່ສ້າງໃນໄລຍະ 50 ປີ ຄື: ໄລຍະແຕ່ປີ 2024-2026 ແມ່ນການກໍ່ສ້າງ ແລະ ແຕ່ປີ 2026-2074 ແມ່ນໄລຍະສໍາປະທານ 48 ປີ ການພັດທະນາໂຄງການປະກອບມີໜ້າວຽກໂຄງລາງພື້ນຖານ, ບຸກເບີກພື້ນທີ່ປັບລະດັບພື້ນທີ່ກໍ່ສ້າງ, ກໍ່ສ້າງຮົ້ວອ້ອມຕອນດິນ ແລະ ອ້ອມອາຄານກໍ່ສ້າງເສັ້ນທາງຮ່ອງລະບາຍນໍ້າ, ລະບົບນໍ້າປະປາ, ຮອງລະບາຍນໍ້າບໍາບັດນໍ້າເສຍ, ສ້າງລະບົບຕາຂ່າຍໄຟຟ້າ, ເສົາໄຟຟ້າ ແລະ ລະບົບສື່ສານກໍ່ສ້າງອາຄານຫ້ອງການບໍລິຫານ, ກໍ່ສ້າງເຂດບໍລິການໂລຊິດສະຕິກຖ່ຽງຖ່າຍສິນຄ້າ, ສາງສິນຄ້າ, ກໍ່ສ້າງເຂດບໍລິການສັງຄົມ-ການຄ້າອາຄານຮ້ານອາຫານ, ຕຶກແຖວໃຫ້ເຊົ່າ, ສາງເກັບມ້ຽນສິນຄ້າຊົ່ວຄາວ, ສາງອຸດສາຫະກໍາ, ສາງພິເສດ, ສາງພາງ, ສາງພາງສາງນິຕິບຸກຄົນ.
ດ້ານກິດຈະການຂອງໂຄງການ ແມ່ນບໍລິການພາຫະນະຂາເຂົ້າທີ່ບໍ່ບັນທຸກຕູ້ສິນຄ້າ ແລະ ບໍລິການຄ່ຽງຖ່າຍສິນຄ້າຂຶ້ນ ຫຼື ລົງພາຫະນະບໍລິການຂົນຖ່າຍເຂົ້າ ຫຼື ຖ່າຍອອກຕູ້, ບໍລິການຍົກຂຶ້ນ ຫຼື ຍົກລົງຕູ້ໜັກ ແລະ ບໍລິການຍົກຂຶ້ນ ຫຼື ຍົກລົງຕູ້ເບົາ, ບໍລິການເກັບຮັກສາຕູ້ໜັກ ແລະ ບໍລິການເກັບຮັກສາຕູ້ເບົາ, ບໍລິການຜ່ານສາງຂອງພາຫະນະຂົນສົ່ງຂາອອກ, ບໍລິການເກັບຮັກສາສິນຄ້າທົ່ວໄປ, ກາງແຈ້ງບໍລິການເກັບຮັກສາສິນຄ້າທົ່ວໄປໃນຮົ່ມ ແລະ ໃນຫ້ອງເຢັນພ້ອມບໍລິການອື່ນໆ, ມູນຄ່າການລົງທຶນມີ 14 ລ້ານ 9 ໝືນກວ່າໂດລາສະຫະລັດ, ດ່ານສາກົນນໍ້າເງິນເມືອງເງິນມີເນື້ອທີ່ທັງໝົດ 60 ເຮັກຕາ.
ທັງສອງຝ່າຍໄດ້ເຊັນສັນຍາຮ່ວມກັນ ລະຫວ່າງທ່ານ ນາງ ຄໍາມີ ຈັນທິບ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງໄຊຍະບູລີ ຕາງໜ້າໃຫ້ອົງການປົກຄອງແຂວງ ແລະ ທ່ານ ໂຊກໄຊ ສົມໃຈນຶກ ປະທານບໍລິສັດ ໂຊກໄຊຈະເລີນຂົນສົ່ງຈໍາກັດ, ມີຫົວໜ້າພະແນກ ຍທຂ, ພະແນກການຄ້າ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ເຈົ້າເມືອງແກ່ນທ້າວ, ຮອງເຈົ້າເມືອງ ເມືອງເງິນ ແລະ ຮອງເຈົ້າເມືອງ ເມືອງຄອບ ເຂົ້າຮ່ວມເຊັນສັນຍາໃນຄັ້ງນີ້ ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ ພ້ອມດ້ວຍບັນດາແຂກທີ່ເຂົ້າຮ່ວມ ເພື່ອເປັນສັກຂີພິຍານ.