ພິທີ ເຊັນສັນຍາ ທາງດ້ານທຸລະກິດ ລະຫວ່າງ ກຸ່ມບໍລິສັດ ໂຊກໄຊ ແລະ ບໍລິສັດ Actibooky ສ.ເກົາຫຼີ.

ຂ່າວສານ ແລະ ກິດຈະກຳ

 

ລາຍລະອຽດ

ພິທີ ເຊັນສັນຍາ ທາງດ້ານທຸລະກິດ ລະຫວ່າງ ກຸ່ມບໍລິສັດ ໂຊກໄຊ ແລະ ບໍລິສັດ Actibooky ສ.ເກົາຫຼີ.

ພິທີ ເຊັນສັນຍາ ທາງດ້ານທຸລະກິດ ລະຫວ່າງ ກຸ່ມບໍລິສັດ ໂຊກໄຊ ແລະ ບໍລິສັດ Actibooky ສ.ເກົາຫຼີ. ໃນວັນທີ 11 ທັນວາ 2024  ເວລາ 18:00 ທີ່ໂຮງແຮມ Holiday Inn Suites Vientiane  ຫ້ອງປະຊຸມ Mixay  ໄດ້ມີ ພິທີເຊັນສັນຍາ ທາງດ້ານທຸລະກິດ ລະຫວ່າງ ກຸ່ມບໍລິສັດ ໂຊກໄຊ ແລະ ບໍລິສັດ Actibooky. ໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ແລະ ທ່ານນາງ ປອ. ຈັນທະຄອນ ບົວລະພັນ ຮອງ ລັດຖະມົນຕີ ກະຊວງ ກະສິກໍາ ແລະ ປ່າໄມ້ ໃຫ້ກຽດເຂົ້າຮ່ວມງານ ເພື່ອເປັນສັກຂີພິຍານ ⁠ໃນບາດກ້າວ ການຮ່ວມມືທີ່ສໍາຄັນນີ້ ນອກຈາກນີ້ ກໍ່ຍັງມີບັນດາແຂກ ຄະນະບໍລິຫານ ກຸ່ມບໍລິສັດ ໂຊກໄຊ ແລະ ຄະນະບໍລິຫານ ຝ່າຍ ສ.ເກົາຫລີ  Mr. Kim Min-soo, CEO of Momma Holdings, Dr. Lee Jeong-hyop, Economic Advisor to the Ministry of Industry and Commerce  ກໍ່ໃຫ້ກຽດເຂົ້າຮ່ວມພິທີເຊັນສັນຍາເຊັ່ນດຽວກັນ. ເຊິ່ງການລົງນາມເຊັນສັນຍາໃນຄັ້ງນີ້ ໃຫ້ກຽດລົງນາມເຊັນສັນຍາ ໂດຍທ່ານ ໂຊກໄຊ ສົມໃຈນຶກ ປະທານ ກຸ່ມບໍລິສັດ ໂຊກໄຊ ແລະ Mr Lee Dong-won, CEO Actibooky  ການລົງນາມເຊັນສັນຍາໃນຄັ້ງນີ້, ແມ່ນການເຊັນສັນຍາທາງດ້ານທຸລະກິດ :
  1. An Exclusive Partnership Agreement;
  2. An EduWill Mart 24 Exclusive Sales Contract;
ຈຸດປະສົງ  ແລະ ເປົ້າໝາຍ ກໍ່ເພື່ອ ພັດທະນາ, ເສີມສ້າງ, ຄວາມຮ່ວມມື ໃນຂະແໜງການ ກະສິກໍາ, ເຕັກໂນໂລຊີອາຫານ ແລະ ການຂົນສົ່ງ ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ໃນຕໍ່ໜ້າ,  ເຊິ່ງຈະເນັ້ນການປ່ຽນແປງທາງດ້ານດິຈິຕອລ, ການສຶກສາ ແລະ ການຂະຫຍາຍ ຕະຫຼາດຜະລິດຕະພັນ K-Beauty ແລະ K Food  ສູ່ຕະຫຼາດລາວ, ທຸລະກິດການຈອງ HOTELNJOY, C-Space ແລະ Eduwill. ຄາດວ່າການຮ່ວມມືຄັ້ງນີ້ຈະເປັນການເລີ່ມຕົ້ນ ສ້າງສາຍສໍາພັນທີ່ດີ ເພີ່ມທະວີການພົວພັນດ້ານເສດຖະກິດລະຫວ່າງສອງປະເທດ ແລະ ຊຸກຍູ້ການເຕີບໂຕແບບຍືນຍົງ ຂອງລາວ. ແລະ Mr. Kim Min-soo, CEO of Momma Holdings ກໍ່ໄດ້ຂຶ້ນກ່າວ ນຳສະເໜີ ການຮ່ວມມືໃນຄັ້ງນີ້ ເພື່ອຜັນຂະຫຍາຍ ການຮ່ວມມື ທາງດ້ານທຸລະກິດ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ການຂະຫຍາຍຖານຕະຫຼາດທາງດ້ານ ຜະລິດຕະພັນ ສິນຄ້າຕ່າງໆຂອງ Eduwill Mart 24 ສູ່ຕະຫຼາດລາວ. #Sokxaygroup #Sokxay #sokxayPlus #ໂຊກໄຊຜູ້ນໍາທາງດ້ານການຄ້າແລະລົງທຶນ #ພິທີເຊັນສັນຍາທາງດ້ານທຸລະກິດກຸ່ມບໍລິສັດໂຊກໄຊແລະບໍລິສັດActibooky