ລາຍລະອຽດ
ພິທີແຕ່ງຕັ້ງໜ້າທີ່ຮັບຜິດຊອບໃໝ່ໃນກຸ່ມບໍລິສັດໂຊກໄຊ

ໃນຕອນບ່າຍຂອງວັນທີ 16 ທັນວາ 2021 ທີ່ຜ່ານມາໄດ້ມີການຈັດພິທີແຕ່ງຕັ້ງໜ້າທີ່ຮັບຜິດຊອບໃໝ່ໃນກຸ່ມບໍລິສັດໂຊກໄຊຕາມການຕົກລົງເຫັນດີຂອງທາງຂອງຄະນະບໍລິຫານງານ ກຸ່ມບໍລິສັດໂຊກໄຊ, ໃນວັນທີ 30/11/2021ທີ່ຜ່ານມາໄດ້ແຕ່ງຕັ້ງເພີ່ມເຕີມ ໜ້າທີ່ຮັບຜິດຊອບໃໝ່ຂອງພະນັກງານ ກຸ່ມບໍລິສັດໂຊກໄຊ ເຊິ່ງມີລາຍລະອຽດລຸ່ມນີິ້:
- ທ່ານ ພອນສະຫວັນ ສີຊະນະ
- ຮອງປະທານ ກຸ່ມບໍລິສັດໂຊກໄຊ, ຊິ້ນໍາວຽກງານດ້ານເສດຖະກິດ
- ຜູ້ອໍານວຍການໃຫຍ່ ກຸ່ມບໍລິສັດໂຊກໄຊ, ຊີ້ນໍາວຽກງານໂດຍລວມຂອງກຸ່ມບໍລິສັດໂຊກໄຊ
- ທ່ານ ກິມ ຮາເມຍ ເຮັນສັນ ບາບັນ:
ຮັກສາການ ຫົວໜ້າພະແນກບັນຊີ-ການເງິນ ກຸ່ມບໍລິສັດໂຊກໄຊ, ຊີ້ນໍາໆພາວຽກງານບັນຊີການເງິນຂອງກຸ່ມບໍລິສັດໂຊກໄຊ
- ທ່ານ ສົມອົກ ວິຣະສັກ:
ຮອງຜູ້ອໍານວຍການບໍລິສັດໂຊກໄຊຈະເລີນຂົນສົ່ງ, ຊ່ວຍຜູ້ອໍານວຍການຂົນສົງ ໃນການບໍລິຫານຈັດການວຽກງງານຂົນສົງໃຫ້ດໍາເນີນໄປໄດ້ຢ່າງມີ. ປະສິດທິພາບປະສິດທິຜົນສູງສຸດ.
- ທ່ານ ສົມຈິດ ດວງສະຫວັນ:
- ຮັກສາການຮອງຜູ້ອໍານວຍການສະຖາບັນການເງິນທີ່ຮັບເງິນຝາກໂຊກໄຊ, ຊ່ວຍວຽກຜູ້ອໍານວຍການສະຖາບັນການເງິນໂຊກໄຊ ໃນການບໍລິຫານວຽກງານ ຂອງ ສກຊ
- ຫົວໜ້າພະແນກນິຕິກໍາ ກຸ່ມບໍລິສັດໂຊກໄຊ. ຊີ້ນໍາໆພາວຽກງານນິຕິກໍາ ແລະ ໄກ່ເກ່ຍ ບັນຫາຕ່າງໆ ຂອງກຸ່ມບໍລິສັດໂຊກໄຊ