ລາຍລະອຽດ
ກຸ່ມບໍລິສັດໂຊກໄຊ ແລະ ບໍລິສັດ ກັບຕັນເອັກເພຣສ໌ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ໄດ້ມີການສັນຍາການຮ່ວມມືພັດທະນາວຽກງານຂົນສົ່ງ 🤝

ກຸ່ມບໍລິສັດໂຊກໄຊ ແລະ ບໍລິສັດ ກັບຕັນເອັກເພຣສ໌ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ໄດ້ມີການສັນຍາການຮ່ວມມືພັດທະນາວຽກງານຂົນສົ່ງ 🤝
ໃນຕອນເຊົ້າຂອງວັນທີ 08.08.2022 ຢູ່ທີ່ສຳນັກງານໃຫຍ່ຂອງກຸ່ມບໍລິສັດໂຊກໄຊ ໄດ້ມີພິທີເຊັນສັນຍາການຮ່ວມມືຂຶ້ນລະຫວ່າງ ກຸ່ມບໍລິສັດໂຊກໄຊ ແລະ ບໍລິສັດ ກັບຕັນເອັກເພຣສ໌ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ໂດຍການເປັນປະທານຂອງ ທ່ານ ໂຊກໄຊ ສົມໃຈນຶກ ປະທານກຸ່ມບໍລິສັດໂຊກໄຊ, ໂດຍຈຸດປະສົງຂອງການເຊັນສັນຍາຄັ້ງນີ້ ເພື່ອເປັນການຮ່ວມມືພັດທະນາວຽກງານການຂົນສົ່ງ, ການເພີ່ມຜະລິດຕະພັນຕ່າງໆເຂົ້າໃນການບໍລິການຂອງແຕ່ລະຈຸດສາຂາຕົວແທນ, ພັດທະນາການໃຫ້ບໍລິການດ້ານອີຄອມເມິສ ແລະ ບໍລິການອື່ນໆອີກຫຼາກຫຼາຍໃນອານາຄົດ. #Sokxaygroup #ກຸ່ມບໍລິສັດໂຊກໄຊ #ກັບຕັນຂົນສົ່ງດ່ວນ #CaptainExpress