ລາຍລະອຽດ
ກຸ່ມບໍລິສັດ ໂຊກໄຊ ຈໍາກັດຜູ້ດຽວ ໄດ້ມອບເງິນ ຈໍານວນ 388 (ສາມຮ້ອຍແປດສິບແປດ ລ້ານກີບ)

ໃນວັນທີ 11 ສິງຫາ 2023 ກຸ່ມບໍລິສັດ ໂຊກໄຊ ຈໍາກັດຜູ້ດຽວ ໄດ້ມອບເງິນ ຈໍານວນ 388 (ສາມຮ້ອຍແປດສິບແປດ ລ້ານກີບ) ເພື່ອປະກອບສ່ວນຊ່ວຍເຫລືອຜູ້ປະສົບໄພທຳມະຊາດ ຢູ່ແຂວງຄໍາມ່ວນ, ຊຶ່ງມອບໂດຍ ທ່ານ ໂຊກໄຊ ສົມໃຈນຶກ ປະທານ ກຸ່ມບໍລິສັດໂຊກໄຊ ແລະ ຮັບໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍຄະນະ.