ໜ້າຫຼັກ
ບໍລິສັດ
ກ່ຽວກັບບໍລິສັດ
ຄວາມເປັນມາ
ຄະນະບໍລິຫານງານ
ລາງວັນ ແລະ ຄວາມສຳເລັດ
ຮູບພາບບໍລິສັດ
ທຸລະກິດຂອງພວກເຮົາ
ໂຄງການ
ຂ່າວສານ ແລະ ກິດຈະກຳ
ຕິດຕໍ່ພວກເຮົາ
ພາສາລາວ
English
ກຸ່ມບໍລິສັດໂຊກໄຊ ຮ່ວມມື ພາກລັດ ໃນການສ້າງຕັ້ງວິສາຫະກິດປະສົມຢູ່ແຂວງຄໍາມ່ວນ
ຂ່າວສານ ແລະ ກິດຈະກຳ
ລາຍລະອຽດ
ກຸ່ມບໍລິສັດໂຊກໄຊ ຮ່ວມມື ພາກລັດ ໃນການສ້າງຕັ້ງວິສາຫະກິດປະສົມຢູ່ແຂວງຄໍາມ່ວນ
ກຸ່ມບໍລິສັດໂຊກໄຊ ຮ່ວມມື ພາກລັດ ໃນການສ້າງຕັ້ງວິສາຫະກິດປະສົມຢູ່ແຂວງຄໍາມ່ວນ ..................................................................................................................................... ໃນວັນທີ 01 ເມສາ 2024 ທີ່ຫ້ອງປະຊຸມໃຫຍ່ຂອງພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຄໍາມ່ວນ ໄດ້ມີການຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງວິສາຫະກິດປະສົມສາມຝ່າຍ ລະຫວ່າງ ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງ ຄໍາມ່ວນ ແລະ ບໍລິສັດ ໂຊກໄຊ ຈະເລີນການຄ້າ ຈໍາກັດຜູ້ດຽວ ເຊິ່ງ ໃນພິທີລົງນາມເຊັນສັນຍາດັ່ງກ່າວ ໄດ້ຮັບກຽດເຂົ້າຮ່ວມ ໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄໍາມ່ວນ ແລະ ທ່ານ ໂຊກໄຊ ສົມໃຈນຶກ ປະທານກຸ່ມບໍລິສັດໂຊກໄຊ ຈໍາກັດຜູ້ດຽວ. ຈຸດປະສົງ ແລະ ເປົ້າໝາຍ ໃນການເຊັນບົດບັນທຶກໃນຄັ້ງນີ້ ແມ່ນເພື່ອຮ່ວມມືກັນສາມຝ່າຍລະຫວ່າງ ພາກລັດຂັ້ນສູນກາງ, ຂັ້ນທ້ອງຖິ່ນ ແລະ ວິສາຫະກິດເອກະຊົນພາຍໃນປະເທດທີ່ມີທ່າແຮງ ໃນການສ້າງຕັ້ງວິສາຫະກິດປະສົມ, ໂດຍແນໃສ່ການສຶກສາຄວາມຕ້ອງການ ແລະ ຄວາມສາມາດຂອງການສະໜອງສິນຄ້າພາຍໃນປະເທດ ແລະ ການບໍລິການຕ່າງໆໃຫ້ແກ່ບັນດາໂຄງການພັດທະນາຂະໜາດໃຫຍ່ ກໍຄືການຕອບສະໜອງຮອບດ້ານຕາມສະພາບການເຕີບໃຫຍ່ຂະຫຍາຍຕົວທາງເສດຖະກິດ ຂອງແຂວງຄໍາມ່ວນ.
#Sokxaygroup
#ໂຊກໄຊກຣຸບ